ພິທີມອບເຄື່ອງໃຫ້ຄອບຄົວນາງ ໝ້າຍ ຢູ່ທີ່ບ້ານ ທ່າເຫລົ້າ ເຂດໂພນໄຊ ເມືອງຊໍາໃຕ້ ແຂວງຫົວພັນ

ທ່ານ ແອນົກ ຜູ້ບໍລິຫານກຸ່ມ ຊຸມຊົນຄົນຮັກຊໍາເໜືອ ໄດ້ຕາງຫນ້າໃຫ້ຄະນະກຸ່ມແລະຜູ້ໃຈບຸນທັງຫລາຍໄດ້ນໍາເຄື່ອງນຸ່ງຫົ່ມແລະອຸປະກອນການສຶກສາຈໍານວນໜື່ງໄປມອບໃຫ້ຄອບຄົວນາງໝ້າຍລູກສີ່ ຢູ່ທີ່ບ້ານ ທ່າເຫລົ້າ ເຂດໂພນໄຊ ເມືອງຊໍາໃຕ້ ແຂວງຫົວພັນ ເຖີງແມ່ນໜ້ອຍແຕ່ກໍ່ເປັນນໍ້າຈິດນໍ້າໃຈຈາກຄະນະແອັດມິນກຸ່ມເຮົາແລະຜູ້ໃຈບຸນທັງຫລາຍຮ່ວມກັນແປ່ງປັນນໍ້າໃຈແລະຄວາມຮັກແພງໃຫ້ຄອບຄົວດັ່ງກ່າວ ແລະ ພວກເຮົາຍັງຈະສືບຕໍ່ເຮັດການກຸສົນນີ້ຕໍ່ໆໄປເທົ່າທີ່ພວກເຮົາຈະສາມາດເຮັດໄດ້ເຖີງແມ່ນວ່າມັນບໍ່ທົ່ວເຖີງແຕ່ຊ່ອຍໄດ້ສໍ່າໃດກໍ່ຍັງດີກ່ວາທີ່ບໍ່ໄດ້ຊ່ອຍຫຍັງເລີຍເນາະ ຂໍຂອບໃຈ

Share on Google Plus
    Blogger Comment
    Facebook Comment

0 comments :

Post a Comment