ໃນວັນທີ 9/5/2016 ທ່ານ ເອ້ວ(ຄະນະບໍລິຫານກຸ່ມຊຸມຊົນຄົນຮັກຊຳເໜືອ) ໄດ້ລົງໄປມອບປັດໄຈ ເຄື່ອງຊ່ວຍເຫຼືອຈາກຜູ້ໃຈບຸນສົ່ງຕໍ່ໃຫ້ ພໍ່ເຖົ້າປານ ແລະ ແມ່ຕູ້ເພັງ

ໃນວັນທີ 9/5/2016 ທ່ານ ເອ້ວ(ຄະນະບໍລິຫານກຸ່ມຊຸມຊົນຄົນຮັກຊຳເໜືອ) ໄດ້ລົງໄປມອບປັດໄຈ ເຄື່ອງຊ່ວຍເຫຼືອຈາກຜູ້ໃຈບຸນສົ່ງຕໍ່ໃຫ້ ພໍ່ເຖົ້າປານ ແລະ ແມ່ຕູ້ເພັງດ້ວຍຄວາມຍີມແຍ້ມແຈ່ມໃສ ຂອງຜູ້ຮັບ ແລະ ຜູ້ຊ່ວຍເຫຼືອ
  ຂໍສະແດງຄວາມຂອບໃຈ ມາຍັງທ່ານ ນາງຂັນຄຳ ໄຊຊະນະ ທີ່ໄດ້ບໍລິຈາກວັດຖຸເງິນຄຳ ຊ່ວຍເຫຼືອສອງຜູ້ເຖົ້າອ້າຍນ້ອງ ທີ່ອາໃສຢູ່ນຳກັນຕາມລຳຟັງ ຄືພໍ່ຕູ້ປານ ແລະ ແມ່ຕູ້ເພັງ ມື້ນີ້ເພິ່ນໄດ້ມີຊີວິດໃໝ່ອີກເທື່ອໜື່ງ ເພິ່ນດີໃຈຫຼາຍ ຂໍໃຫ້ທ່ານຈົ່ງມີຄວາມສຸກໃນຄອບຄົວ ລຳລວຍເງິນຄຳ ສຸກກາຍສະບາຍໃຈ ສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ການງານດ້ວຍເຖີດ ຂໍສະແດງຄວາມຂອບໃຈມາຍັງກຸ່ມຊຸ່ມຊົນຄົນຮັກຊຳເໜືອ ທີ່ໄດ້ເປັນຂົວຕໍ່ໃນການປະສານສົບທົບ ວິງເຕັ້ນ ເອົາໃຈໃສ່ ຂໍໃຫ້ທຸກຄົນໂຊກດີມີໄຊເດີ ຂໍຂອບໃຈ.



Share on Google Plus
    Blogger Comment
    Facebook Comment

0 comments :

Post a Comment