ການຊ່ວຍເຫຼືອ ຄັ້ງວັນ 2/9/2015
ໃນວັນທີ 2/9/2015 ທີ່ຜ່ານມານີ້ທາງກຸ່ມ ຊຸມຊົນຄົນຮັກຊຳເໜືອ ກໍ່ໄດ້ຊ່ວຍເຫຼືອນ້ອງນັກຮຽນຜູ້ທີ່ທຸກຍາກຂາດເຂີນທີ່ ໂຮງຮຽນ ບ້ານນາໂພນ ເມືອງຮ້ຽມແຂວງຫົວພັນ ໂດຍຕາງໜ້າມອບແມ່ນ ທ່ານ ເອ່ວ (ຄະນະບໍລິຫານກຸ່ມຊຸມຊົນຄົນຮັກຊຳເໜືອ)ເຮົາເອງເປັນຜູ້ມອບ ໃນນັ້ນກໍ່ມີນ້ອງນ້ອຍນັກຮຽນຜູ້ໜ້າຮັກມາຮັບເອົາດ້ວຍຄວາມຍິ້ມແຍ້ມແຈ່ມໃສ ຂໍຂອບໃຈທຸກໆພາກສ່ວນ , ສະມາຊິກທີ່ໄດ້ບໍລິຈາກໃຫ້ນ້ອງໆຜູ້ດ້ອຍໂອກາດ ເພື່ອຈະເປັນເດັກດີເດັກສະຫຼາດໃນວັນຂ້າງໜ້າ ແລະ ຫວັງຍ່າງຍີ່ງວ່າທ່ານຈະໃຫ້ຄວາມຮ່ວມມືຊ່ວຍເຫຼືອແລະຊຸກຍູ້ໄປກັບພວກເຮົາຕະຫຼອດໄປ ຂໍໃຫ້ ບຸນກຸສົນຈົ່ງກັບຄືນທຸກທຸກໆທ່ານທີ່ປະກອບສ່ວນຫຼາຍໆເທົ່າເຖີນ






0 comments :
Post a Comment