ທ່ານ ນາງ ວອນແສງ

ວັງນ້ຳໃຈຈາກສັງຄົມຍັງສືບຕໍ່ແບ່ງປັນນ້ຳໃຈໃຫ້ກຸ່ມ ຊຸມຊົນຄົນຮັກຊຳເໜືອ ເພື່ອນຳໄປບ໋ລິຈາກຊ່ວຍເຫຼືອນ້ອງໆທີ່ຍັງທຸກຍາກຂາດເຂີນຢູ່ຫ່າງໄກສອກຫຼີກທາງແຂວງຫົວພັນພຸ້ນ ເຊີ່ງຕອນແລງ ຂອງວັນເສົາ ວັນທີ 12/09/2015 ເວລາ 18:20ນາທີ ທ່ານ ນາງ ວອນແສງ ບ້ານປາກທ້າງ ມ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ນຳເອົາປະເພດເຄື່ອງນຸ່ງ second hand ທີ່ຍັງສາມາດນຳໃຊ້ໄດ້ຈຳນວນ 1ຖົງມາມອບໃຫ້ ກຸ່ມຊຸມຊົນຄົນຮັກຊຳເໜືອ ຕາງໜ້າກຸ່ມຊຸມຊົນຄົນຮັກຊຳເໜືອ ຮັບໂດຍ ແອນົກ ວັນນີຈັນ ໃນໂອກາດນີ້ກໍ່ໄດ້ສະແດງຄວາມຂອບອົກຂອບໃຈນຳທ່ານ ນ ວອນແສງ ທີ່ໄດ້ເສຍສະຫຼະນ້ຳຈິດນ້ຳໃຈເພື່ອຊ່ວຍເຫຼືອສັງຄົມໃນເທື່ອນີ້ ຂໍໃຫ້ບຸນຄ້ຳນຳຊູ ຢູ່ດີມີແຮງ ຄ້າໄດ້ຂາຍໝານ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ຫວັງວ່າໂອກາດໜ້າຈະໄດ້ຮັບການຊຸກຍູ້ອີກຕໍ່ໆໄປ

Share on Google Plus
    Blogger Comment
    Facebook Comment

0 comments :

Post a Comment