ຄອບຄົວ ປ້າ ເຄືອຄຳ ຄະວົງສາ 5:14 AM ການບໍລິຈາກເຄື່ອງໃຫ້ກຸ່ມຊູມຊົນຄົນຮັກຊຳເຫນືອ 17 09 2015 ເວລາ 15:00 ແອນົກ ວັນນີຈັນ ໄດ້ເປັນກຽດຕາງໜ້າໃຫ້ ຄະນະບໍລິຫານງານກຸ່ມ ຊຸມຊົນຄົນຮັກຊຳເໜືອ ໄປຢ້ຽມຢາມພ້ອມທັງຮັບເຄື່ອງບໍລິຈາກນຳເອັມ ເຄືອຄຳ ຄະວົງສາ ພ້ອມລູກຫຼານ ໄປຮອດກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນແບບເປັນກັນເອງເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ໄດ້ຮັບຄວາມເມດຕາປານີຈາກເພີ່ນ ເຄື່ອງທີ່ເພີ່ນນຳມາມອບໃນເທື່ອນີ້ເປັນເຄື່ອງຫົ່ມເກົ່າແດ່ໃໝ່ນຳເດັກນ້ອຍນຸ່ງໄດ້ຜູ້ໃຫຍ່ນຸ່ງງາມ ລວມທັງໝົດ4ຖົງ ໃນໂອກາດນີ້ແອນົກໄດ້ຕາງໜ້າ ຄະນະບໍລິຫານງານກຸ່ມ ຊຸມຊົນຄົນຮັກຊຳເໜືອ ກໍ່ໄດ້ສແດງຄວາມຂອບອົກຂອບໃຈແລະຮູ້ບຸນຄຸນອັນລົ້ນເຫຼືອມາຍັງຄອບຄົວເອັມ ເຄືອຄຳ ຄະວົງສາ ພ້ອມລູກຫຼານທີ່ມີນ້ຳໃຈເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອສັງຄົມເວົ້າລວມເວົ້າສະເພາະແມ່ນຄົນທຸກຍາກຂາດເຂີນຢູ່ບ່ອນຫ່າງໄກສອກຫຼີກທາງແຂວງຫົວພັນ ຂໍສັນຍາວ່າຈະນຳເອົາເຄື່ອງນຸ່ງຈຳນວນດັ່ງໄປສົມທົບກັບພາກສ່ວນອື່ນທີ່ບໍລິຈາກມາເພື່ອນຳໄປມອບໃຫ້ກຸ່ມເປົ້າໝາຍຢູ່ບ່ອນຫ່າງໄກສອກຫຼີກໃຫ້ເກີດປະໂຫຍດອັນສູງສຸດແກ່ເຂົາເຈົ້າ ຕອນທ້າຍກໍ່ອ່ວຍພອນໄຊອັນປະເສີດມາຍັງເອັມເຄືອຄຳພ້ອມລູກຫຼານຈົ່ງສຸຂະພາບແຂງ ອາຍຸໝັ້ນຂັວນຍືນ ຄ້າຂາຍຂໍໃຫ້ລ້ຳລວຍແລ້ວ ລ້ຳລວຍອີກເທີ້ນ ຫວັງວ່າໂອກາດໜ້າໂອກາດໃໝ່ຈະໄດ້ຮັບການອຸ້ມຊູຊ່ອຍເຫຼືອຈາກເອັມແລະລູກຫຼານອີກ ພິເສດ ຂໍຂອບໃຈສຳລັບເຄື່ອງຕ້ອນຂອງຝາກທີ່ໃຫ້ແອນົກໃນນາມແອດມິນນັກສູ້ທີ່ບໍ່ມີຄູ່ຕໍ່ກອນ ນັກພະເນຈອນເດີນດ່ຽວ ນັກທ່ອງທ່ຽວບໍ່ມີຈຸດໝາຍ ນັກເພາະກາຍບໍ່ໄດ້ຢູ່ຮົ່ມ ນັກຂຸດຄົ້ນກອງຂີ້ເຫຍື້ອແຄມທາງ "ແອດມິນຂີ້ຕົມໃຕ້ໜອງ"ຂອງເອັມ Share on Facebook Share on Twitter Share on Google Plus RELATED POSTS
0 comments :
Post a Comment