ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່2016ນີ້ຄະນະຜູ້ບໍລິຫານຊຸມຊົນຄົນຮັກຊໍາເໜືອທີ່ຢູ່ນະຄອນຫລວງວຽງຈັນໄດ້ຈັດງານລ້ຽງສ້າງສັນສາມັກຄີຂື້ນໂດຍມີຄະນະຜູ້ບໍລິຫານຢູ່ວຽງຈັນແລະສາມາຊິກເຂົ້າຮ່ວມນໍາຈໍານວນໜຶ່ງຖືວ່າຫລາຍເກີນຄາດ...ໂດຍເຈົ້າພາບໃນງານນີ້ແມ່ນ ທ່ານນາງ ໝັ້ນ ພ້ອມດ້ວຍຄອບຄົວເພີ່ນເປັນຜູ້ຮັບພາລະທຸກຢ່າງຂ້າງົວເຖິກໂຕເຖົ້າກັບເຂົ້າຫລາຍເປົາເຫລົ້າແລະເບຍບໍ່ມີອັ້ນງານເລີ່ມແຕ່ເຊົ້າຈົນຮອດເດິກຮອກດື່ນສຸດທີ່ມ່ວນເມົາແລະມີຄວາມຫມາຍສຸດດດດດ ໃນນາມຄະນະຜູ້ບໍລິຫານຊຸມຊົນຄົນຮັກຊໍາເໜືອຂໍຕາງໜ້າໃຫ້ຜູ້ບໍລິຫານທຸກທ່ານແລະສາມາຊິກທັງຫລາຍຂອບອົກຂອບໃຈແລະຮູ້ບຸນຄຸນຄອບຄົວ ທ່ານ ນາງ ໝັ້ນ ທີ່ໄດ້ເສຍສາລະຊັບສິນສ່ວນຕົວເພື່ອຈັດງານນີ້ໂດຍພວກເຮົາບໍ່ສາມາດຕີມຸນຄ່າໄດ້ ຍ້ອນເຮັດດ້ວຍໃຈໂດຍບໍຫວັງສິ່ງຕອບແທນຫຍັງ ນອກຈາກຄວາມຮັກແພງສາມັກຄີ ໃນໂອກາດອັນສະງ່າລາສີນີ້ຂໍອວຍໄຊໃຫ້ພອນ ທ່ານນາງໝັ້ນພ້ອມດ້ວຍຄອບຄົວປີໃຫມ່ນີ້ເປັນຕົ້ນໄປຂໍໃຫ້ມີໂຊກມີລາບມີຄວາມສຸກກາຍສະບາຍໃຈສຸຂະພາບແຂງແຮງໂຊກດີລໍ້າລວຍປາຖາໜາຫຍັງກະຂໍໃຫ້ໄດ້ສົມມັກສົມປາຖາໜາ ເຮັດບຸນກີນທານຂໍໃຫ້ເປັນບຸນເປັນກຸສົນທີ່ຍິ່ງໃຫຍ່ເຮັດຫນ້ອຍຂໍໃຫ້ໄດ້ຫລາຍໃຫ້ໄດ້ກາຍພັນເທົ່າລ້ານເທົ່າເດີ ສຸທຸສາທຸສາທຸ
-
Blogger Comment
-
Facebook Comment
Subscribe to:
Post Comments
(
Atom
)

0 comments :
Post a Comment