ການຊ່ວຍເຫຼືອພໍ່ເຖົ້າປານ ແລະ ແມ່ເຖົ້າເພັງ ໃນວັນທີ 1 / 5 / 2016

ວັນທີ 1 / 5 / 2016 ຂ້າພະເຈົ້າ Ale Thanu Say Thanusay ຄະນະບໍລິຫານກຸ່ມຊຸມຊົນຄົນຮັກຊຳເໜືອ ພ້ອມດ້ວຍນ້ອງຊາຍ ຂັນທອງ ອອກວຽກມາແຕ່ປ່າ ຈິງໄດ້ສົມທົບກັນໄດ້ຊື້ເຂົ້າສານ ອາຫານແຫ້ງຈຳນວນໜື່ງ ມອບໃຫ້ ພໍ່ເຖົ້າປານ ແລະ ແມ່ເຖົ້າເພັງເພື່ອເປັນການວັນເທົາທຸກ ເຊິງທັງສອງຄົນແມ່ນ ອ້າຍ, ນ້ອງ ກັນ ອາໃສຢູ່ນຳກັນ ຕາມລຳຟັງ ຂາດທີ່ເຜິງພາອາໃສ ບໍ່ມີຍາດຕິພີນ້ອງ ຂໍວອນທ່ານໃຈບຸນ ແລະ ທຸກຄົນທີ່ມີນ້ຳໃຈຍາກຊ່ວຍສອງອ້າຍນ້ອງ ພໍ່ເຖົ້າປານ ແລະ ແມ່ນເຖົ້າເພັງ ສະພາບຄອບຄົວ ບ່ອນທີ່ພັກອາໃສ ທີ່ນອນ ຄືດັ່ງພາບທີ່ເຫັນ. ພໍ່ເຖົ້າປານແລະ ແມ່ເຖົ້າເພັງ ຢູ່ບ້ານໂພນຊອງ ເມືອງຊ່ອນ ແຂວງຫົວພັນ ຖ້າທ່ານໃດມີນ້ຳໃຈຍາກຊ່ວຍ ໃຫ້ຕິດຕໍ່ບໍລິຈາກ ນຳທາງກຸ່ມຊຸມຊົນຄົນຮັກຊຳເໜືອເດີ ຂໍຂອບໃຈ.

Share on Google Plus
    Blogger Comment
    Facebook Comment

0 comments :

Post a Comment